
△UK (ແຜນທີ່ຂໍ້ມູນ)
ວັນທີ 21 ຕຸລານີ້ຕາມເວລາທ້ອງຖິ່ນ, ຂໍ້ມູນຫຼ້າສຸດຂອງຫ້ອງການສະຖິຕິແຫ່ງຊາດອັງກິດໄດ້ສະແດງໃຫ້ເຫັນວ່າ, ດັດຊະນີລາຄາຜູ້ບໍລິໂພກຂອງອັງກິດ (CPI) ໄດ້ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ປີກາຍໃນເດືອນກັນຍາ, ສູງກວ່າ 3,1% ໃນເດືອນສິງຫາ, ແລະລະດັບເງິນເຟີ້ເພີ່ມຂຶ້ນອີກ.
ຫ້ອງການສະຖິຕິແຫ່ງຊາດກ່າວວ່າ: ຄ່າຂົນສົ່ງທີ່ເພີ່ມຂຶ້ນ ໂດຍສະເພາະແມ່ນລາຄານ້ຳມັນເຊື້ອໄຟແມ່ນປັດໄຈຕົ້ນຕໍທີ່ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນໃນເດືອນກັນຍາ.
ປັດຈຸບັນ, ອັດຕາເງິນເຟີ້ຂອງອັງກິດຍັງສູງກວ່າເປົ້າໝາຍເງິນເຟີ້ 2% ທີ່ທະນາຄານແຫ່ງອັງກິດວາງອອກ.
ລັດຖະບານອັງກິດມີແຜນຈະປະກາດງົບປະມານໃໝ່ໃນວັນທີ 28 ຕຸລານີ້.(ຜູ້ສື່ຂ່າວສຳນັກງານໃຫຍ່ Chen Lincong)