ວັນທີ 20 ພະຈິກນີ້, ອົງການຜ້າໄໝສາກົນໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ. ອົງການຜ້າໄໝສາກົນໄດ້ລິເລີ່ມແລະສ້າງຕັ້ງຂຶ້ນໂດຍຈີນ. ເປັນອົງການວິທະຍາສາດເຕັກໂນໂລຊີສາກົນແຫ່ງທຳອິດທີ່ມີສຳນັກງານໃຫຍ່ຢູ່ຈີນ. ປັດຈຸບັນ, ມັນມີ 100 ກວ່າຫົວໜ່ວຍສະມາຊິກທີ່ມາຈາກ 20 ກວ່າປະເທດ ແລະ ເຂດແຄວ້ນໃນທົ່ວໂລກ, ກວມເອົາບັນດາປະເທດຜະລິດ ແລະ ບໍລິໂພກຜ້າໄໝທີ່ສຳຄັນໃນໂລກ.

ອົງການຜ້າໄໝສາກົນຈະຊຸກຍູ້ບັນດາປະເທດລົງເລິກການແລກປ່ຽນສາກົນແລະການຮ່ວມມືດ້ານອຸດສາຫະກຳຜ້າໄໝໂດຍສ້າງເວທີປຶກສາຫາລື, ແລກປ່ຽນ, ແບ່ງປັນຊັບພະຍາກອນ, ແລະການຮ່ວມມືພັດທະນາແບບເຊື່ອມໂຍງ, ໜູນຊ່ວຍປະເທດພວມພັດທະນາແລະເຂດດ້ອຍພັດທະນາໃນການພັດທະນາອຸດສາຫະກຳຜ້າໄໝສາກົນ, ປະກອບສ່ວນກໍ່ສ້າງປະຊາຄົມຮ່ວມມືໃນອະນາຄົດຂອງມວນມະນຸດ.