ນັກຂ່າວໄດ້ຮຽນຮູ້ຈາກກະຊວງກະສິກຳ ແລະ ຊົນນະບົດວ່າ: ໃນ 3 ໄຕມາດທຳອິດໄດ້ຮັບການເພີ່ມທະວີການພັດທະນາກະສິກຳ ແລະ ຊົນນະບົດ. ເບິ່ງລາຍຮັບຂອງຊາວກະສິກອນແລ້ວ, ລາຍຮັບຂອງຊາວຊົນນະບົດໃນທົ່ວປະເທດແມ່ນ 18.809 ຢວນ, ເພີ່ມຂຶ້ນ 5,6%, ແລະ ອັດຕາການເຕີບໂຕໄວກວ່າຊາວເມືອງ 2 ເປີເຊັນ. ຂໍ້ມູນສະແດງໃຫ້ເຫັນວ່າ, ໂຄງການທົດລອງໃນທົ່ວແຂວງທີ່ຈະຕໍ່ອາຍຸສັນຍາທີ່ດິນຮອບທີ 2 ໃຫ້ໄດ້ອີກ 30 ປີ ພາຍຫຼັງໝົດກຳນົດໄດ້ເລີ່ມດຳເນີນຢ່າງເຕັມສ່ວນ. ປະຈຸບັນ, ມີຫຼາຍກວ່າ 30 ລ້ານສັນຍາໄດ້ຮັບການລົງນາມໃນທົ່ວປະເທດ. ມີນິຄົມຄອບຄົວ ແລະ ສະຫະກອນຊາວກະສິກອນປະມານ 6 ລ້ານແຫ່ງໄດ້ຮັບການປູກຝັງຢູ່ບ່ອນຕ່າງໆ, ແລະ 1,08 ລ້ານຫົວໜ່ວຍທຸລະກິດໄດ້ສະໜອງການບໍລິການສັງຄົມ.
ການນຳເຂົ້າ ແລະ ສົ່ງອອກຜະລິດຕະພັນກະເສດດຳເນີນໄປເປັນຢ່າງດີ. ໃນ 3 ໄຕມາດທຳອິດ, ຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າກະສິກຳບັນລຸ 252,36 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,7%, ໃນນັ້ນການນຳເຂົ້າ 171,46 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 10,2%, ການສົ່ງອອກແມ່ນ 80,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 8,7%. (ນັກຂ່າວ Zhu Jun ແລະ Yu Jingxian)