
ວັນທີ 31 ຕຸລານີ້ຕາມເວລາທ້ອງຖິ່ນ, ພິທີມອບສົ່ງເຄື່ອງບັນເທົາທຸກດ້ານມະນຸດສະທຳຊຸດທີ 2 ທີ່ລັດຖະບານຈີນສະໜອງໃຫ້ເວເນຊູເອລາໄດ້ຈັດຂຶ້ນຢູ່ເມືອງພອດກາເບໂລ.
ລາຍງານໃຫ້ຮູ້ວ່າ: ນ້ຳໜັກເຄື່ອງຊ່ວຍເຫຼືອໃນຄັ້ງນີ້ມີທັງໝົດປະມານ 5.000 ໂຕນ, ໃນນັ້ນມີເຮືອນສຳເລັດຮູບ 1.800 ຊຸດ, ພາຫະນະ ແລະ ອຸປະກອນໜັກ 87 ຄັນ, ແລະ ອື່ນໆ, ເຄື່ອງຈັກ ແລະ ອຸປະກອນໜັກໃນເຄື່ອງອຸປະໂພກດັ່ງກ່າວຈະນຳໃຊ້ເຂົ້າໃນການອະນາໄມຫຼັງແຜ່ນດິນໄຫວ ເຊິ່ງສາມາດເກັບກູ້ຊາກຫັກພັງໄດ້ປະມານ 12.000 ໂຕນ ໃນແຕ່ລະມື້. ພາຍຫຼັງວຽກງານທຳຄວາມສະອາດສຳເລັດແລ້ວ, ຍັງຈະນຳໃຊ້ກົນຈັກທີ່ກ່ຽວຂ້ອງເຂົ້າໃນການຄຸ້ມຄອງແມ່ນ້ຳ, ການລະບາຍນ້ຳ, ປ້ອງກັນໄພນ້ຳຖ້ວມ, ຫຼຸດຜ່ອນໄພພິບັດ.
ທ່ານປະທານາທິບໍດີເວເນຊູເອລາ ທ່ານ Delcy Rodriguez ໄດ້ເຂົ້າຮ່ວມພິທີດັ່ງກ່າວຜ່ານທາງໂທລະພາບ ແລະສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນຈີນ. ທ່ານນາງກ່າວວ່າ, ລັດຖະບານ ແລະ ປະຊາຊົນເວເນຊູເອລາຮູ້ສຶກຕື່ນເຕັ້ນຢ່າງເລິກເຊິ່ງເມື່ອໄດ້ຮັບເຄື່ອງອຸປະຖຳຊຸດນີ້, ເຊິ່ງຈະສະໜັບສະໜູນການຟື້ນຟູຄືນໃໝ່ຫຼັງໄພພິບັດ, ແລະໃຫ້ການຊ່ວຍເຫຼືອແກ່ຜູ້ສູນເສຍເຮືອນຢູ່ໃນເຂດແຜ່ນດິນໄຫວແລະສູນອົບພະຍົບ.
ວັນທີ 24 ມິຖຸນານີ້, ໄດ້ເກີດແຜ່ນດິນໄຫວຢ່າງແຮງ 2 ຄັ້ງຢູ່ເວເນຊູເອລາ, ໃນລະດັບ 7,2 ແລະ 7,5 ຕາມລຳດັບ, ຫ່າງກັນບໍ່ຮອດ 1 ນາທີ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜັກໜ່ວງແລະເສຍຊັບສິນ. (ນັກຂ່າວສໍານັກງານໃຫຍ່ Wang Yue)