ໂຄສົກກະຊວງການຕ່າງປະເທດກ່າວວ່າ:
ກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 33 ຈະດຳເນີນໄປຢູ່ນະຄອນ Shenzhen ແຕ່ວັນທີ 18 – 19/11. ຫົວຂໍ້ຂອງກອງປະຊຸມແມ່ນ “ສ້າງປະຊາຄົມອາຊີ-ປາຊີຟິກ ແລະ ສົ່ງເສີມຄວາມຈະເລີນຮຸ່ງເຮືອງຮ່ວມ”. ທ່ານສີຈິ້ນຜິງ ປະທານປະເທດຈະເປັນປະທານກອງປະຊຸມແລະກ່າວຄຳປາໄສ.
ກອງປະຊຸມສຸດຍອດການນຳວິສາຫະກິດ APEC ຈະຈັດຂຶ້ນຢູ່ນະຄອນ Shenzhen ແຕ່ວັນທີ 17 ຫາວັນທີ 18 ພະຈິກນີ້ ດ້ວຍຫົວຂໍ້ວ່າ "ຮ່ວມກັນຊຸກຍູ້ຄວາມວັດທະນາຖາວອນແລະອະນາຄົດທີ່ມີໄຊຊະນະ". ທ່ານສີຈິ້ນຜິງປະທານປະເທດຈະເຂົ້າຮ່ວມພິທີເປີດແລະກ່າວຄຳປາໄສທີ່ສຳຄັນ.
ໃນກອງປະຊຸມ, ທ່ານສີຈິ້ນຜິງ ປະທານປະເທດຈີນຍັງຈະຈັດງານລ້ຽງຕ້ອນຮັບຜູ້ນຳຫຼືຜູ້ຕາງໜ້າຂອງບັນດາພື້ນຖານເສດຖະກິດທີ່ເຂົ້າຮ່ວມແລະຈັດການພົບປະສອງຝ່າຍກັບຜູ້ນຳຕ່າງປະເທດ.