LAO ລາວ ຊ່ອງ
ທ່ານຢູ່ທີ່ນີ້: ລາວ > ຂ່າວສານ > ເລື່ອງເຕັມ
ກະ​ຊວງ​ການ​ຕ່າງ​ປະ​ເທດ: ອົງ​ການ​ປົກ​ຄອງ​ຂອງ​ຍີ່​ປຸ່ນ​ຄວນ​ຮັບ​ຟັງ​ສຽງ​ປະ​ຊາ​ຊົນ ແລະ ຢຸດ​ຕິ​ການ​ຫຼິ້ນ​ໄຟ​ກັບ​ບັນ​ຫາ​ນິວ​ເຄຼຍ.
2026-08-08 ແຫຼ່ງທີ່ມາ: ຂ່າວ CCTV

ວັນ​ທີ 7 ສິງຫາ​ນີ້, ນັກ​ຂ່າວ CCTV ​ໄດ້​ຖາມ​ວ່າ: ຕາມ​ການ​ລາຍ​ງານ​ວ່າ, ການ​ຢັ່ງ​ຫາງ​ສຽງ​ຫຼ້າ​ສຸດ​ຂອງ​ສະມາຄົມ​ຄົ້ນຄວ້າ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ​ຍີ່ປຸ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຊາວ​ຍີ່ປຸ່ນ 76% ​ເຊື່ອ​ວ່າ: 3 ຫຼັກການ​ທີ່​ບໍ່​ແມ່ນ​ນິວ​ເຄຼຍ​ແມ່ນ "ບໍ່​ຄອບ​ຄອງ, ບໍ່​ຜະລິດ, ​ແລະ​ບໍ່​ນຳ​ເຂົ້າ" ຄວນ​ປະຕິບັດ.​ໃນ​ຂະນະ​ນັ້ນ, ປະຊາຊົນ 77% ​ໄດ້​ສະ​ແດງ​ຄວາມ​ຄັດຄ້ານ​ຕໍ່​ແນວ​ຄວາມ​ຄິດ “​ແບ່ງປັນ​ນິວ​ເຄຼຍ” ທີ່​ຈະ​ອະນຸຍາດ​ໃຫ້​ອາ​ເມ​ລິ​ກາ​ນຳ​ໃຊ້​ອາວຸດ​ນິວ​ເຄຼຍກັບ​ຍີ່ປຸ່ນ.ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານ Lin Jian ​ໃຫ້​ຮູ້​ວ່າ: ປະຊາຊົນ​ຍີ່ປຸ່ນ​ເກືອບ 80% ຮຽກຮ້ອງ​ໃຫ້​ປະຕິບັດ “ຫຼັກການ​ບໍ່​ມີ​ນິວ​ເຄຼຍ 3 ຂໍ້” ​ແລະ ຄັດຄ້ານ “ການ​ແບ່ງປັນ​ນິວ​ເຄຼຍ” ​ເຊິ່ງສະທ້ອນ​ເຖິງ​ຫຼັກ​ໝັ້ນ​ຕ້ານ​ນິວ​ເຄຼຍຢ່າງ​ຈະ​ແຈ້ງ​ຂອງ​ປະຊາ​ຄົມ​ຊາວ​ຍີ່ປຸ່ນ​ໃນ​ທົ່ວ​ປະ​ເທດ ​ແລະ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ແພງ​ຂອງ​ປະຊາຊົນ​ຍີ່ປຸ່ນ​ຕໍ່​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ.ເຈົ້າ​ໜ້າ​ທີ່​ຂອງ​ອຳນາດ​ການ​ປົກຄອງ​ຍີ່ປຸ່ນ ພວມ​ເປີດ​ເຜີຍ “​ທາງ​ເລືອກ​ດ້ານ​ນິວ​ເຄຼຍ” ​ແລະ​ພະຍາຍາມ​ຝ່າຝືນ “ຫຼັກການ​ບໍ່​ມີ​ນິວ​ເຄຼຍ 3 ຂໍ້” ​ເຊິ່ງ​ເປີດ​ເຜີຍ​ຄວາມ​ທະ​ເຍີທະ​ຍານ​ດ້ານ​ການ​ເມືອງ ​ແລະ ການ​ທະຫານ​ຂອງ​ກຳລັງ​ຝ່າຍ​ຂວາ​ຂອງ​ຍີ່ປຸ່ນ ​ແລະ ​ເປັນ​ການ​ຫຼີ້ນ​ການ​ພະນັນ​ໃຫຍ່​ທີ່​ມີ​ອະນາຄົດ​ຂອງ​ຊາວ​ຍີ່ປຸ່ນ 100 ລ້ານ​ກວ່າ​ຄົນ.

ຄວາມ​ຕັ້ງ​ໃຈ​ຂອງ​ປະ​ຊາ​ຊົນ​ບໍ່​ສາ​ມາດ​ຖືກ​ລະ​ເມີດ.ອຳນາດ​ການ​ປົກຄອງ​ຍີ່ປຸ່ນ​ຄວນ​ຮັບ​ຟັງ​ສຽງ​ປະຊາຊົນ, ປະຕິບັດ​ພັນທະ​ທາງ​ກົດໝາຍ​ສາກົນ​ຢ່າງ​ຈິງ​ໃຈ​ໃນ​ການ​ບໍ່​ຮັບ​ເອົາ, ຜະລິດ, ມີ​ອາວຸດ​ນິວ​ເຄຼຍ​ໃນ​ຄອບ​ຄອງ​ແລະ​ບໍ່​ແຜ່​ຂະຫຍາຍ, ຢຸດຕິ​ການ​ຫຼິ້ນ​ໄຟ​ກັບ​ບັນຫາ​ນິວ​ເຄຼຍ, ​ແລະ ຫຼີກ​ລ່ຽງ​ການ​ກະທຳ​ຜິດ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຂອງ​ທ່າ​ອ່ຽງ​ປະຫວັດສາດ ​ແລະ ທໍລະຍົດ​ຕໍ່​ປະຊາ​ຄົມ​ສັນຕິພາບ.

ສາຍດ່ວນບໍລິການ