LAO ລາວ ຊ່ອງ
ທ່ານຢູ່ທີ່ນີ້: ລາວ > ຂ່າວສານ > ເລື່ອງເຕັມ
ກະ​ຊວງ​ການ​ຕ່າງ​ປະ​ເທດ: ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຍົກ​ເລີກ​ນະ​ໂຍ​ບາຍ​ຈຳ​ແນ​ກ​ນັກ​ຂ່າວ​ຈີນ​ໂດຍ​ໄວ
2026-07-18 ແຫຼ່ງທີ່ມາ: ຂ່າວ CCTV

ໃນ​ການ​ຕອບ​ໂຕ້​ຕໍ່​ຄຳ​ຖະ​ແຫຼງ​ຂອງ​ລັດ​ຖະ​ບານ​ທ​ຣຳ ທີ່​ຈະ​ຫຼຸດ​ໄລ​ຍະ​ເວ​ລາ​ພັກ​ວີ​ຊາ​ໃຫ້​ແກ່​ນັກ​ຂ່າວ ຊຶ່ງ​ອາດ​ຈະ​ລວມ​ທັງ​ນັກ​ຂ່າວ​ຈີນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ Lin Jian ໄດ້​ຕອບ​ຄຳ​ຖາມ​ທີ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ​ທີ 17. ທ່ານ​ກ່າວ​ວ່າ, ຂໍ້​ຈຳກັດ​ຂອງ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ແລກປ່ຽນ​ປະຊາຊົນ​ແລະ​ການ​ແລກປ່ຽນ​ວັດທະນະທຳ​ບໍ່​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ. ຈີນ​ຄັດຄ້ານ​ຢ່າງ​ເດັດດ່ຽວ​ຕໍ່​ການ​ກະທຳ​ຈຳ​ແນ​ກທີ່​ອາ​ເມ​ລິ​ກາ​ຮັບຮອງ​ເອົາ​ຕໍ່​ບັນດາ​ປະ​ເທດ​ສະ​ເພາະ.ຈີນ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຍົກ​ເລີກ​ນະ​ໂຍບາຍ​ຈຳ​ແນ​ກນັກ​ຂ່າວ​ຈີນ​ໃນ​ທັນທີ, ​ແລະ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ນັກ​ຂ່າວ​ຈີນ​ຢູ່​ອາ​ເມ​ລິ​ກາ​ຢ່າງ​ມີ​ປະສິດທິ​ຜົນ.ຈີນ​ສະ​ຫງວນ​ສິດ​ທີ່​ຈະ​ໃຊ້​ມາດ​ຕະ​ການ​ຕອບ​ໂຕ້​ເຊິ່ງ​ກັນ​ແລະ​ກັນ.

(ນັກຂ່າວ CCTV ທ່ານ Zhao Jing ແລະ Zhang Xuesong)

ສາຍດ່ວນບໍລິການ