LAO ລາວ ຊ່ອງ
ທ່ານຢູ່ທີ່ນີ້: ລາວ > ຂ່າວສານ > ເລື່ອງເຕັມ
ກະ​ຊວງ​ການ​ຕ່າງ​ປະ​ເທດ: ຈະ​ຊຸກ​ຍູ້​ອົງ​ການ​ຮ່ວມ​ມື​ດ້ານ​ປັນຍາ​ທຽມ​ໂລກ​ເລີ່ມ​ດຳ​ເນີນ​ການ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້
2026-07-18 ແຫຼ່ງທີ່ມາ: ຂ່າວ CCTV

ວັນ​ທີ 16 ກໍລະກົດ​ນີ້, ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ອົງການ​ຮ່ວມ​ມື​ດ້ານ​ປັນຍາ​ທຽມ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຊຽງ​ໄຮ. ຜູ້​ແທນ​ຂອງ 29 ປະ​ເທດ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ແລະ​ເຂົ້າ​ເປັນ​ສະ​ມາ​ຊິກ​ກໍ່​ຕັ້ງ.​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກອງ​ປະຊຸມ​ຂ່າວ​ປະຈຳ​ວັນ​ທີ 17, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ Lin Jian ກ່າວ​ວ່າ, ​ໃນ​ໄລຍະ​ຕໍ່​ໄປ, ຈີນ​ຈະ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ສະມາຊິກ​ກໍ່​ຕັ້ງ​ເພື່ອ​ຊຸກຍູ້​ອົງການ​ດັ່ງກ່າວ​ເລີ່​ມດຳ​ເນີນ​ງານ​ໂດຍ​ໄວ.

(ນັກຂ່າວ CCTV ທ່ານ Zhang Xuesong ແລະ Zhao Jing)

ສາຍດ່ວນບໍລິການ