LAO ລາວ ຊ່ອງ
ທ່ານຢູ່ທີ່ນີ້: ລາວ > ຂ່າວສານ > ເລື່ອງເຕັມ
ທ່ານ​ສີ​ຈິ້ນ​ຜິງ​ອອກ​ຈາກ​ປັກ​ກິ່ງ​ໄປ​ຢ້ຽມ​ຢາມ​ເກົາ​ຫຼີ​ເໜືອ​ທາງ​ລັດ​ຖະ​ກິດ
2026-06-08 ແຫຼ່ງທີ່ມາ: ອົງການຂ່າວຊິນຫົວ

ຕອນ​ເຊົ້າ​ວັນ​ທີ 8 ມິຖຸນາ​ນີ້, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງປັກ​ກິ່ງ​ດ້ວຍ​ຍົນ​ພິ​ເສດ ​ແລະ ຢ້ຽມຢາມ​ສ.​ເກົາຫຼີ​ທາງ​ລັດຖະກິດ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ກິມ ຈົງ ອຶນ, ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ​ສ.​ເກົາຫຼີ ​ແລະ ປະທານ​ສະພາ​ແຫ່ງ​ລັດ ສປປ ​ເກົາຫຼີ.

​ໂດຍ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ມີ: ທ່ານ​ເລຂາທິການ​ໃຫຍ່ ສີ​ຈິ້ນ​ຜິ​ງ ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ທ່ານ​ປະທານ​ປະ​ເທດ ​ເພີງ​ລີ້​ຢວນ, ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ Cai Qi, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ Wang Yi ​ແລະ ອື່ນໆ.

ສາຍດ່ວນບໍລິການ