LAO ລາວ ຊ່ອງ
ທ່ານຢູ່ທີ່ນີ້: ລາວ > ຂ່າວສານ > ເລື່ອງເຕັມ
ກະ​ຊວງ​ການ​ຕ່າງ​ປະ​ເທດ: ຈີນ​ຄັດ​ຄ້ານ​ຢ່າງ​ໜັກ​ໜ່ວງ​ຕໍ່​ການ​ນຳ​ໃຊ້​ລະ​ບົບ​ລູກ​ສອນ​ໄຟ​ໄລ​ຍະ​ກາງ​ໂດຍ​ອາ​ເມ​ລິ​ກາ​ຢູ່​ບັນ​ດາ​ປະ​ເທດ​ອາ​ຊີ
2026-05-23 ແຫຼ່ງທີ່ມາ: ຂ່າວ CCTV

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ Guo Jiakun ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ປະຈຳ​ວັນ​ທີ 22 ພຶດສະພາ​ນີ້​ວ່າ: ຈີນ​ຄັດຄ້ານ​ການ​ນຳ​ໃຊ້​ລະບົບ​ລູກ​ສອນ​ໄຟ​ໄລຍະ​ກາງ​ໂດຍ​ອາ​ເມ​ລິ​ກາ​ຢູ່​ບັນດາ​ປະ​ເທດ​ອາຊີ ​ແລະ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນຫາ​ທີ່​ກ່ຽວຂ້ອງ​ຫຼາຍ​ເທື່ອ. ເປັນ​ເວລາ​ດົນ​ນານ​ມາ​ແລ້ວ, ປະຊາຊົນ​ໃນ​ຫຼາຍ​ປະ​ເທດ​ອາຊີ, ​ໃນ​ນັ້ນ​ມີ​ຍີ່ປຸ່ນ, ​ໄດ້​ອອກສຽງ​ຄັດຄ້ານ. ຈີນ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ​ຟັງ​ສຽງ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ, ​ແກ້​ໄຂ​ການ​ກະທຳ​ທີ່​ຜິດພາດ, ​ແລະ​ດຳ​ເນີນ​ການ​ປະຕິບັດ​ຕົວ​ຈິງ​ເພື່ອ​ມີ​ບົດບາດ​ອັນ​ຕັ້ງໜ້າ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

(ນັກຂ່າວ CCTV ທ່ານ Zhu Ruomeng ແລະ Shen Yang)

ສາຍດ່ວນບໍລິການ